Thursday, July 2, 2015

Facebook ອັບເດດໃໝ່ : ບໍ່ຕ້ອງມີບັນຊີ ເຟສບຸກ ກໍ່ສາມາດແຊັດຜ່ານ Facebook Messenger ໄດ້


Facebook Messenger ໄດ້ພັດທະນາເພື່ອໃຫ້ຄອບຄຸມຜູ້ໃຊ້ຫລາຍຂື້ນ ຄືທາງ ເຟສບຸກ ໄດ້ ອອກມາປະກາດໃນວັນທີ 01/07/2015 ທີ່ຜ່ານມາວ່າ:
ຜູ້ທີ່ບໍ່ມີບັນຊີເຟສບຸກ ສາມາດໃຊ້ແອບ Messenger ໄດ້ ດ້ວຍການລົງທະບຽນຜ່ານເບີໂທລະສັບຄືກັບ Whatsapp, Line ແລະ Wechat ຄືຫລັງຈາກທ່ານໂຫລດແອບ Facebook Messenger ມາແລ້ວ ເປີດຂື້ນແລ້ວກົດ Not on Facebook ຫລັງຈາກນັ້ນຈະໃຫ້ຜູ້ໃຊ້ ປ້ອນຊື້ ແລະ ເບີໂທລະສັບໃສ່ ແລ້ວລໍຖ້າລະຫັດຍືນຍັນ ພຽງເທົ່ານີ້ ທ່ານກໍ່ສາມາດ Chat , call ຫຼື VDO Call ໄດ້ຄືກັນກັບຜູ້ທີ່ມີບັນຊີເຟສບຸກ.. ແຕ່ການຄົ້ນຫາໝູ່ໃນ Messenger ຈະເຫັນສະເພາະຜູ້ທີ່ລົງທະບຽນຜ່ານເບີເທົ່ານັ້ນ...
ທີ່ມາ : http://news.thaiware.com

No comments:

Post a Comment